ໜ້າຫຼັກສູດອາຫານລາວboiled

ເຂົ້າໜົມແໜບ

(2 ໂຫວດ) • ໂດຍ Saeng Douangdara

15 ຄົນ · ປານກາງ · 40 ນາທີ · ຖືກ

ເຂົ້າໜົມແໜບ ເຮັດຈາກ ເຂົ້າໜຽວ ແລະ ໝາກພ້າວຫ້າວ! ເຂົ້າໜົມແໜບ ເປັນ ຂອງຫວານຊັ້ນເລີດ ອັນໜຶ່ງ ຂອງລາວ. ມື້ນີ້ຊິມາບອກ ວິທີການຫໍ່ ພ້ອມ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສ່ວນປະກອບໄສ້

ສ່ວນ ປະສົມແປ້ງ

ໃບຕອງ

ວິທີເຮັດ

- ໃບຕອງ

1. ຕັດໃບຕອງ ອອກຈາກກ້ານ. ແລ້ວຕັດ ທັງ ສີ່ແຈຂອງໃບ ເປັນ ຮູບວົງມົນ ໃຫຍ່ໃບ ໜຶ່ງ. ແລະ ວົງມົນໃບນ້ອຍ ໃບໜຶ່ງ, ເພາະເວລາ ຫໍ່ ຈະໃຊ້ ຊ້ອນກ້ອນ.

2. ລ້າງ ແລະ ເຊັດໃບຕອງ ໃຫ້ສະອາດ ( ຖ້າໃຜຢູ່ ຕ່າງປະເທດ ໃຊ້ ໃບຕອງແຊ່ແຂງ ໃຫ້ ເຮັດຄືກັນ)

3. ເອົາໄປລົນໄຟ ໃຫ້ອ່ອນ.

- ສ່ວນຂອງໄສ້ເຂົ້າໜົມ

1. ຄ້າງໝໍ້ກະທະ, ຂົ້ວໝາກພ້າວຂູດ ດ້ວຍໄຟ ອ່ອນໆ (ບໍ່ໃສ່ ນ້ຳມັນ) ຂົ້ວໄປ ປະມານ 1-2 ນາທີ ຈົນມັນເລີ່ມ ຫອມຂຶ້້ນມາ.

2. ໃສ່ ນ້ຳຕານ ແດງ, ນ້ຳຕານຊາຍຂາວ ແລະ ເກືອ ໜ້ອຍ ໜຶ່ງ.

3. ເລັ່ງໄຟ ຂຶ້້ນປານກາງ ແລ້ວ ຂົ້ວ ຈົນ ນ້ຳຕານເປື່ອຍ ຈົນເຂົ້າກັນດີ ກັບໝາກພ້າວ ປະມານ 6-8 ນາທີ.

4. ເອົາອອກຈາກໝໍ້ ແລ້ວ ປະໄວ້ ຕູ້ເຢັນ ປະມານ15 ນາທີ.

5. ທານ້ຳມັນ ໃສ່ມື ແລ້ວ ປັ້ນ ເຮັດແປ້ງ ເຂົ້າໜົມ ຍັດໄສ້ ໝາກພ້າວໃສ່ ແລ້ວ ອັດໄວ້ ເຮັດເປັນກ້ອນ ມົນໆ.

- ສ່ວນປະສົມແປ້ງ

1. ເອົາຊາມໃຫຍ່ມາ, ໃສ່ ແປ້ງເຂົ້າໜຽວ, ແປ້ງເຂົ້າຈ້າວ, ນ້ຳຕານຊາຍ, ແລ້ວຕີເຂົ້າກັນ.

2. ໃສ່ ກະທິ ໝາກພ້າວ ແລະ ນ້ຳ.

3. ນວດ ຈົນ ເຂົ້າກັນ ເປັນເນື້ອ ດຽວກັນ.

- ວິທີຫໍ່

1. ປັ້ນ ແປ້ງ ກ້ອນ ໜຶ່ງ ມາ ປະມານ ໜຶ່ງບ່ວງ ແລ້ວ ບີບ ເປັນ ແປໆ. ຍັດໄສ້ ໃສ່ ແລ້ວ ປິດໄວ້ ລິ້ງ ເປັນກ້ອນມົນໆ.

2.ຈັບຕອງ ມາວາງ ຊ້ອນກັນ 2 ແຜ່ນ (ນ້ອຍທາງເທິງ ໃຫຍ່ທາງລຸ່ມ). ສີດນ້ຳມັນ ຫລື ທາ ໃສ່ຕອງ ເພື່ອບໍ່ໃຫ້ມັນຕິດ.

3. ພັບ ຕອງເປັນຈວຍ ແຫລມ ແລ້ວ ຈຶ່ງ ວາງ ກ້ອນ ເຂົ້າໜົົມລົງ ແລ້ວ ພັບ ( ເບິ່ງຕາມ ຄລິບ ວິດີໂອ)

4. ເອົາໄປໜຶ້ງ 20 ນາທີ. ພ້ອມ ເສີບ ຮ້ອນ ຫລື ເຢັນ ກະແຊບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ