ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວຫວານ

(1 ໂຫວດ) • ໂດຍ Saeng Douangdara

1 ຖ້ວຍ · ງ່າຍ · 10 ນາທີ · ຖືກ

ຂ້ອຍໃຫຍ່ ມານຳ ແຈ່ວອັນນີ້ ແລະ ຕອນນີ້ ກະຍັງມັກມັນຢູ່! ເປັນແຈ່ວທີ່ ເຂົ້າກັນ ດີໆ ກັບ ພັນຢໍ່ຂາວ, ຢໍ່ຈືນ, ພັນຜັກສະລັດ, ບັນກວນ, ບັນແສ່ວ. ເຮັດຫລາຍໆ ປະໄວ້ ໃນຕູ້ເຢັນ ກິນໄດ້ດົນ ຮອດ ອາທິດ1.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ວິທີເຮັດ

1. ຂ້ຽວນ້ຳຕານ ໃຫ້ເຫລືອງ ແລ້ວ ຕື່ມນ້ຳໃສ່. ຄົນ ໃຫ້ນ້ຳຕານ ເປື່ອຍໝົດ ແລ້ວ ປິດໄຟ. ໃສ່ນ້ຳປາ ແລ້ວຊີມຕາມໃຈມັກ.

2. ຕຳ ກະທຽມ, ໝາກເຜັດ, ແລະ ຖົ່ວດິນ ນຳກັນ ໃສ່ຄົກ.

3. ເອົາ ນ້ຳຕານ ທີ່ຕົ້ມນັ້ນ ຖອກລົງຄົກ, ຄົນໆ, ແລ້ວ ບີບໝານາວລົງ. ເປັນອັນສຳເລັດ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ