ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງໜໍ່ໄມ້

(1 ໂຫວດ) • ໂດຍ Saeng Douangdara

4 ຄົນ · ປານກາງ · 80 ນາທີ · ປານກາງ

ແກງໜໍ່ໄມ້ ແມ່ນ ອາຫານ ພື້ນບ້ານ ປະຈຳຊາດລາວ. ລົດຊາດ ມາຈາກໜໍ່ໄມ້ສົດໆ , ນ້ຳຢານາງ, ແລະ ຜັກຕ່າງໆ. ແກງໜໍ່ຮ້ອນໆ ປົງຈາກເຕົາ ເຂົ້າກັນດີໆ ກັບເຂົ້າໜຽວອຸ່ນໆເລີຍ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ກຽມເຂົ້າເບືອ

ກຽມໝໍ້ແກງ

ວິທີເຮັດ

1. ປອກເປືອກໜໍ່ ສົດໆອອກ ແລ້ວຊອຍ ເປັນຕ່ອນນ້ອຍບາງ. ລະກະຕົ້ມປະມານ 45 ນາທີ ຫລືໃຫ້ມັນຈືດ ແລ້ວຖອກນ້ຳອອກ.

2. ຕຳໝາກເຜັດ ແລະ ເຂົ້າເບືອ ໃນຄົກໃຫ້ແຫລກ. ໃສ່ນ້ຳຫນ້ອຍໜຶ່ງ ເພື່ອໃຫ້ມັນ ໜຽວຂຸ້ນຂຶ້ນ.

3. ຄ້າງໝໍ້ອີກ, ໃສ່ນ້ຳ, ນ້ຳຢານາງ, ໝູສາມຊັ້ນ, ດູກຂ້າງໝູ, ແລະ ຫົວສີໄຄທຸບ. ຕົ້້ມໃຫ້ຟົດ ແລະ ຄ່ອຍຕົ້້ມ ໄປປະມານ 20 ນາທີ.

4. ໃສ່ ເຫັດຫູໜູ, ໃສ່ໜໍ່ໄມ້ ທີ່ຕົ້໊ມແລ້ວນັ້ນ, ໝາກອຶແກ່,ໝາກກະຈຽບ ແລະ ຕົ້້ມໄປປະມານ10 ນາທີ.

5. ໃສ່ ນ້ຳປາ, ປາແດກ, ແລະ ເຂົ້າເບືອ ແລ້ວຕົ້ມປະມານ 10 ນາທີ.

6. ສຸດທ້າຍ ໃສ່ ຜັກຄະ ແລະ ຜັກຂະແຍງ ແລ້ວ ຕົ້້ມຕໍ່ປະມານ 5 ນາທີ ພ້ອມເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ