ໜ້າຫຼັກສູດອາຫານລາວ

ໄສ້ອົ່ວລາວ

(0 ໂຫວດ) • ໂດຍ Saeng Douangdara

6 ຄົນ · ຍາກ · 150 ນາທີ · ປານກາງ

ໄສ້ອົ່ວລາວ ແມ່ນ ອັດເຕັມໄປດ້ວຍ ລົດຊາດສະເພາະ ທີ່ ໄສ້ອົ່ວ ແບບອື່ນ ທຽບຊັ້ນບໍ່ໄດ້. ມັນມາພ້ອມກັບສ່ວນປະສົມ ແບບລາວໆ ທີ່ອັດແຫນ້ນ ໃສ່ກັບຊີ້້ນໝູ ຕິດມັນ. ລົດຊາດເຂັ້ມຂົ້ນ ຂອງ ຫົວສີໄຄ, ຂ່າ, ແລະ ລົດນົວໆ ຈາກປາແດກ. ຂັ້ນຕອນ ການແຕ່ງ ແມ່ນ ຂ້ອນຂ້າງໃຊ້ ແຮງຫລາຍ ແຕ່ຫາກ ພໍເຮັດສຸກແລ້ວ ມັນຈະຄຸ້ມຄ່າ ທຸກຄຳທີ່ກັດ. ຍິ່ງເອົາໄປ ທອດນີ້ ຍິ່ງ ເຮັດໃຫ້ ຢຸດກິນບໍ່ໄດ້ເລີຍ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ເຄື່ອງຄຽງເສີບກິນກັບ

ວິທີເຮັດ

1. ບົດຊີ້ນໝູ 3 ຊັ້ນຈາກນັ້ນ ເອົາໄປໃສ່ຕຼ້ແຊ່ແຂງ ແລ້ວ ໄປກຽມອັນອື່ນ.

2. ລ້າງໄສ້ຫມູ (ທີ່ເອືອບເກືອໄວ້ນັ້ນ) ດ້ວຍນ້ຳອຸ່ນ ແລະ ແຊ່ນ້ຳອຸ່ນປະໄວ້ ປະມານ 90 ນາທີ.

3. ເອົາ ຊາມ ບົດຊີ້ນໝູ ອອກຈາກຕຼ້ແຊ່, ໃສ່ຂ່າ, ຫົວສີໄຄ, ຫົວບົ່ວແດງ, ຫົວບົ່ວໃບ, ຫອມປ້ອມ, ເຂົ້າໜຽວ, ໃບຂີ້ຫູດ, ກະທຽມ, ໝາກເຜັດດິບ, ນ້ຳມັນຫອຍ, ເກືອ, ນ້ຳຕານ, ພິກໄທດຳປົ່ນ, ປາແດກ, ແລະ ນ້ຳປາ ຈາກນັ້ນ ຄົນໃຫ້ເຂົ້າກັນ ຈົນໜຽວ ປະມານ 3-5 ນາທີ. ແລ້ວ ເອົາເຂົ້າ ຕູ້ແຊ່ ອີກເທື່ອໜຶ່ງ ແລ້ວ ໄປ ກຽມໄສ້.

4. ລ້າງໄສ້ ທາງໃນ ໃຫ້ດີ ເພື່ອກຽມຍັດ.

5. ເອົາໄສ້ ຊຸບໃສ່ ທໍ່ຍັດ. ແລ້ວ ຍັດເຄື່ອງເຂົ້າໄສ້. ປະປາຍໄສ້ມັນໄວ້ມັດ ປະມານ 3 ນິ້ວ

6. ເລີ່ມຍັດເຄື່ອງເຂົ້າໄສ້ ແລ້ວ ຄ່ອຍໆໃຊ້ມື ບີບຊີ້ນຫມູນັ້ນລົງໄປ ຈົນກວ່າ ເຕັມໄສ້ ແລະ ຍັດໄປຈົນສຸດໄສ້.

7. ຫລັງຈາກ ຍັດເຕັມແລ້ວ ໃຫ້ ມັດໄສ້ອົ່ວ ທັງສອງສົ້ນ

8. ເອົາ ໄປໃສ່ຕູ້ເຢັນ ປະໄວ້ ຂ້າມຄືນກ່ອນ ຫລື ຈະປີ້ງເລີຍກໍ່ໄດ້. ໂດຍ ຂ້ອຍປີ້້ງໃສ່ ເຄຶ່ອງ ທອດໄຮ້ນ້ຳມັນ ດ້ານລະ 10 ນາທີ ທີ່ ຄວາມຮ້ອນ 400F. ເມື່ອ ສຸກແລ້ວ ເອົາອອກປະໄວ້ 5 ນາທີ ກ່ອນຕັດເສີບ. ຖ້າໃຜປີ້ງໃສ່ ເຕົາອົບໃຫຍ່ ແມ່ນ ປະມານ 20-30 ນາທີ ທີ່ ອຸນະພູມ 400F ແລ້ວ ໃສ່ໂຫມດປີ້໊ງ ໃຫ້ກອບ ຕໍ່ ອີກ 4-5 ນາທີ.

ໝາຍເຫດ: ໄສ້ໝູ ຫາຊື້້ໄດ້ ທີ່ຕະຫລາດສົດ ທົ່ວໄປ. ຖ້າຢູ່ ຕ່າງປະເທດ ຊອກຊື້ ທີ່ຕະຫລາດ ອາຊີ ຫລື ໃນເວັບ ອາເມຊອນກະມີ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ