ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ເອາະຊີ້ນໃສ່ປາແດກ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 50 ນາທີ · ປານກາງ

ອາຫານພື້ນເມືອງລາວ ຕ້ອງມີປາແດກເປັນສ່ວນປະກອບ. ເອາະຊີ້ນໃສ່ປາແດກ ກະເປັນໜຶ່ງເມນູທີ່ນິຍົມ ເຮັດກະງ່າຍໆ ແລະ ແຊບນົວເລິກ. ບໍ່ເຊື່ອລອງເບິ່ງ ໝົດເຂົ້້າຫລາຍປັ້ນເລີຍລະ.

ເຄື່ອງປຸງ

ວິທີເຮັດ

1. ຂົ້ວຫອມບົ່ວ+ກະທຽມ+ຫົວສີໄຄ ໃສ່ ນ້ຳມັນໃຫ້ພໍຫອມແລ້ວເອົາ ຊີ້ນລົງຂົ້ວໃຫ້ເຂົ້າກັນ, ໃສ່ໃບຂີ້ຫູດ. ໃສ່ເກືອຫນ້ອຍຫນຶ່ງ ແລ້ວ ເອົາໝາກເຂືອລົງ, ຕາມດ້ວຍ ປາແດກ ແລະ. ຂົ້ວ ຈົນເກືອບແຫ້ງ ໃຫ້ໃສ່ນ້ຳລົງໄປ ພໍຖ້ວມຊີ້ນ. ຜ່ອນໄຟລົງ ປິດຝາ ປ່ອຍໃຫ້ຟົດປະມານ 30 ນາທີ.

2. ເອົາຊີ້ນແລະໝາກເຂືອ ອອກມາຕຳໃສ່ຄົກ ໃຫ້ພໍແຕກ ແລ້ວ ເອົາຫອມບົ່ວ+ຫອມປ້ອມ ໃສ່ ຄົນເບົາໆ ແລະ ຊີມລົດຊາດ. ຕັກໃສ່ຈານ ແລະ ໂຮຍດ້ວຍຫອມອີກເທື່ອຫນຶ່ງ. ເສີບກິນກັບ ເຂົ້້າຈ້າວ ຫລື ເຂົ້າຫນຽວ ກະແຊບ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ