ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຫມ້ຽງເຂົ້າ

(0 ໂຫວດ) • ໂດຍ ສາວນ້ອຍ

4 ຄົນ · ປານກາງ · 60 ນາທີ · ຖືກ

ໝ້ຽງເຂົ້າ ຫລື ບາງຄົນເອີ້ນ ໝ້ຽງເມືອງຫລວງ, ກິນຍາມໃດ ແຊບຍາມນັ້ນ. ບາງເທື່ອ ແມ່ ມັກຊື້້ມາໃຫ້ກິນ ຍາມໄປຕະຫລາດຍາມແລງ. ມື້ີນີ້ ລອງມາເຮັດ ກິນເອງ ເບິ່ງເນາະ

ເຄື່ອງປຸງ

ວິທີເຮັດ

1. ເອົານ້ຳມັນ ໃສ່ຫມໍ້ (ແບ່ງເອົາ ນ້ຳມັນ ໄວ້ຫນ້ອຍຫນຶ່ງ ເອົາໄວ້ເຮັດ ຂົ້ວຫມ້ຽງເຂົ້າ) ປ່ອຍໃຫ້ ນ້ຳມັນຮ້ອນ ແລ້ວ ເອົາ ເຂົ້າຫນຽວແຫ້ງ ລົງຈືນ ໃຫ້ຫອມເຫລືອງ (ພະຍາຍາມ ຈືນ ໃຫ້ເຫລືອງ ເພາະເວລາ ເອົາໄປເຮັດ ມັນຈິ່ງຊິ ເຫລືອງງາມ). ຕັກເຂົ້າ ທີ່ຈືນແລ້ວປະໄວ້ ໃຫ້ສະເດັດ ນ້ຳມັນ ແລ້ວນຳໄປຕຳ ຫລື ບົດ ໃຫ້ລະອຽດ.

2. ເອົາ ຫມາກເຜັດແຫ້ງ ລົງຈືນຕໍ່ ໃສ່ນ້ຳມັນ ທີ່ຈືນເຂົ້າ ແລ້ວນັ້ນ, ຕັກອອກ ປະໄວ້ ກິນກັບ ຫມ້ຽງເຂົ້າ.

3. ເອົານ້ຳມັນພືດ ທີ່ແບ່ງໄວ້ລົງຫມໍ້ ໃຊ້ໄຟປານກາງ ແລ້ວ ເອົາກະທຽມ ລົງຈຽວໃຫ້ເຫລືອງ. ຈາກນັ້ນໃສ່ ນ້ຳຕານ ຈຽວຈົນນ້ຳຕານແດງ ແລ້ວ ເອົານ້ຳປາແດກ+ນ້ຳປາ+ ແປ້ງນົວ+ນ້ຳດື່ມ ໃສ່ຫມໍ້ ຕົ້ມ ອີກປະມານ15ນາທີ. ແລ້ວ ເອົາເຂົ້າທີ່ ຕຳແລ້ວ ປັບໃສ່ ໄຟອ່ອນ ຄົນອີກປະມານ 5 ນາທີ ຈົນມັນຟູຂຶ້ນ ຊິມລົດຊາດ ສາມາດ ປຸງເພິ້ມໄດ້ຕາມໃຈມັກ.

4. ນຳເອົາ ຜັກສະລັດ ຫລື ຜັກອີ່ເລີດມາພັນ ໂດຍຕັກເຂົ້າ ທີ່ເຮົາປຸງລົດຊາດ ແລ້ວນັ້ນ ໃສກ່ອນ+ຫົວສີໄຄ+ຫມາກເຟືອງ+ ຫມາກຖົ່ວດິນ ແລ້ວຫໍ່ ໃຫ້ເປັນຄຳ, ຖືວ່າສຳເລັດ ເວລາຈະກິນແມ່ນ ກິນກັບຫມາກເຜັດທອດ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ