ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ເອາະໄກ່

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

2 ຄົນ · ປານກາງ · 60 ນາທີ · ປານກາງ

ເມນູ ໄກ່ ໄກ່ ໄກ່ .... ບໍ່ຄິດຢາກປີ້ງ, ບໍ່່ຄິດຢາກ ແກງ, ເລີຍ ເອົາມາເອາະ ຊະເລີຍ. ເອາະໄກ່ ເມນູພື້ນບ້ານ ລາວໆ ແຊບໆ. ບໍເວົ້າຫລາຍ ມາເບິ່ງວີທີ ແລະ ຂັ້ນຕອນການເຮັດເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ1: ຕັດຕ່ອນໄກ່ປະມານພໍດີຄຳ

ຂັ້ນຕອນ2: ຕຳຫົວບົ່ວແດງ, ຫມາກເຜັດດິບ, ຈົນແຫລກ ໃຫ້ໃສ່ເກືອ

ຂັ້ນຕອນ3: ຂົ້ວເຄື່ອງຕຳໃສ່ນ້ຳມັນ ແລະ ຫົວສີໄຄທຸບ ຂົ້ວໃຫ້ ພໍຫອມໃຫ້ເອົາໄກ່ລົງ, ຂົ້ວໃຫ້ ໄກ່ເຫລືອງຫອມ ແລ້ວໃສ່ປາແດກ ຂົ້ວຕໍ່ຈົນຫອມ ແລ້ວ ໃສ່ນ້ຳໃຫ້ພໍດີຖ້ວມໄກ່.

ຂັ້ນຕອນ 4: ເອົາຫມາກເຂືອ, ຫມາກແຄ້ງລົງ ຕົ້ມຈົນອ່ອນ. ແລະ ຕາມດ້ວຍ ຫມາກຖົ່ວຍາວ ຕົ້ມຕໍ່່ປະມານ 5 ນາທີ ໃຫ້ ເອົາຫອມຊອຍລົງ. ປິດໄຟ.ຊີມລົດຊາດ ພ້ອມເສີບ ກິນກັບ ເຂົ້້າຫນຽວ ຫລືເຂົ້າຈ້າວ. ແຊບ!

ເຄັດລັບ: ຫອມຊອຍຈະມີສີສັນຂຽວງາມ ໃຫ້ໃສ່ກ່ອນປົງ ແລະ ຫ້າມປິດຝາຫມໍ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ