ໜ້າຫຼັກສູດອາຫານອາຫານຝລັ່ງປະເພດແຈ່ວ

ຊ໊ອສ ໂຮລ໋ອງເດສ

(1 ໂຫວດ) • ໂດຍ Chris

4 ຄົນ · ປານກາງ · 20 ນາທີ · ຖືກ

ເປັນ ອີກຊ໊ອສ ໃນຕຳນານຂອງຝລັ່ງ ທີ່ອອກລົດສົ້ມໆ ເຊິ່ງເຂົ້າກັນດີ ເວລາກິນກັບ ປະເພດພວກ ປາ. ເບິ່ງສູດ ແລະ ວິທີການເຮັດ, ລະມາລອງເຮັດນຳກັນເບິ່ງເນາະ.

ເຄື່ອງປຸງ

ວິທີເຮັດ

1. ໃຊ້ ຊາມສະແຕນເລດ ເພື່ອ ຕິໄຂ່ແດງ ກັບ ນ້ຳໝາກນາວເຫລືອງ ຈົນໃຫ້ມັນຂຸ້ນເຂົ້າເປັນເນື້ອດຽວກັນ ແລະ ມັນຟູຂຶ້ນ ເປັນ ສອງເທົ່າ. 2. ເອົາໝໍ້ອີກ ອັນໜຶ່ງ ທີ່ໃຫຍ່ກວ່າຊາມໃສ່ນ້ຳ. ຈາກນັ້ນ ເອົາຊາມໄຂ່ນັ້ນ ວາງລົງໝໍ້ ໃຫ້ລອຍຢູ່. ໂດຍບໍ່ໃຫ້ນ້ຳເຂົ້າຊາມ.

3. ເປີດໄຟອ່ອນໆ ໃຫ້ນ້ຳພໍຟົດຫນ້ອຍໆ, ສືບຕໍ່ຕີໄຂ່ນັ້ນໄປເລື້ອຍໆ ແລະຫ້າມໃຫ້ ໄຂ່ຮ້ອນເກີນໄປເດັດຂາດເພາະມັນຈະເປັນໄຂ່ກ້າມ. ຈາກນັ້ນ ຄ່ອຍໆ ລິນ ນ້ຳມັນເບີ (ທີ່ລະລາຍໄວ້ແລ້ວ)ລົງ ຊາມໄຂ່ ແລະ ສືບຕໍ່ຕີ ໄປເລື້ອຍໆ ຈົນກວ່າ ຊ໊ອສ ຈະຈັບຕົວ ຂຸ້ນເຂົ້າກັນອີກຄັ້ງຄືຕອນທຳອິດ.

4. ຈາກນັ້ນເອົາອອກຈາກໝໍ້ ແລະ ຕື່ມ ເກືອ + ພິກໄທ.

5. ປິດຝາໄວ້ ໃຫ້ມັນອຸ່ນໆ ຈົນກວ່າ ຈະເສີບ ຈຶ່ງຕັກໃສ່ຖ້ວຍ.

ເຄັດລັບ: ທຸກເທື່ອຕ້ອງເຮັດກ່ອນຈະກິນ ມັນຈຶ່ງບໍ່ເຢັນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ