ໜ້າຫຼັກສູດອາຫານລາວອົບ

ເຂົ້າໜົມຮັງເຜິ້ງເຂົ້າໜຽວ

(0 ໂຫວດ) • ໂດຍ Saeng Douangdara

2 ຄົນ · ງ່າຍ · 7 ນາທີ · ຖືກ

ເຂົ້າໜົມ ຮັງເຜິ້ງ ທີ່ໜຽວ ໜຶບໆ ແລະ ບໍ່ມີ ກລູເຕັນ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ສ່ວນແປ້ງຮັງເຜິ້ງ

ວິທີເຮັດ

1. ເອົາຊາມ ໃຫຍ່ມາ, ຖອກ ແປ້ງເຂົ້າໜຽວ,ແປ້ງ ສິງກະໂປ, ນ້ຳຕານ, ຜົງ ເບກຄິງ (ຜົງຟູ), ແລະ ເກືອ. ແລ້ວຄົນ ທຸກຢ່າງ ເຂົ້າກັນ.

2. ໃສ່ ນ້ຳດອກ ອັນຊັນ, ໄຂ່, ແລະ ນ້ຳມັນເບີ (ທີ່ລະລາຍແລ້ວ) ລົງໄປ. ຕີໃຫ້ເຂົ້້າກັນ ລະອຽດດີ.

3. ກຽມ ເຄື່ອງແປ້ນພິມ ເຂົ້າໜົມ, ທຳອິດ ສີດສະເປ ນ້ຳມັນເບີ (ມີສຳເລັດຮູບ) ລົງໄປ ( ຫລື ໃຊ້ ແປງ ທາເບີ ແທນກໍ່ໄດ້). ຈາກນັ້ນ ຖອກ ແປ້ງທີ່ກຽມໄວ້ ລົງ 1/4 ຄັບ ຫລື ພໍດີເຕັມ ແປ້ນພິມ. ອັດໄວ້ ກົດປຸ່ມ ໃຊ້ເວລາ ປະມານ 2 ນາທີ ກໍ່ສຸກ.

4. ເຮັດນ້ຳເຊື່ອມ ໂດຍການ ປະສົມ ກະທິໝາກພ້າວ ແລະ ນົມຂຸ້ນຫວານ ແລ້ວ ຕີເຂົ້າກັນດີ. ເສີບ ຄູ່ກັບ ເຂົ້າໜົມຮັງເຜິ້ງ ຮ້ອນໆ ໃຫມ່ໆ. ກຽມແຊບ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ