ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ຊົ້ວໄກ່

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ໝໍ້ · ປານກາງ · 55 ນາທີ · ປານກາງ

ມ໊ະມາ...ມື້ນີ້ ມາເຮັດຊົ້ວໄກ່ກິນ. ຊົດ ຊົ້ວໄກ່ໃຫ້ມັນຫາຍຊ່ວງຫາຍຊຶມ ຈັກບາດ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຈີ່ກະທຽມ, ຫອມບົ່ວ, ຂ່າ, ຂີງ, ແລະ ໝາກເຜັດໃຫ້ແຫ້ມ.

2. ຄ້າງໝໍ້ໃສ່ນ້ຳ, ເອົາໄກ່ລົງຕົ້ມເປັນໂຕ, ໃສ່ ຫົວສີໄຄທຸບ, ຫົວຂ່າ, ຂີງຈີ່. ໃສ່ເກືອປະມານ 2 ບ່ວງແກງ. ປິດຝາໝໍ້ ແລະ ຕົ້ມປະມານ 20 ນາທີ ຫຼື ຈົນໄກ່ສຸກ; ແລ້ວຕັກໄກ່ອອກໄວ້.

3. ຈົ່ງນ້ຳຕົ້ມໄກ່ໄວ້ໝໍ້, ເອົາຫົວບົ່ວ, ກະທຽມ, ແລະ ໝາກເຜັດຈີ່ ລົງໃນໝໍ້ (ໃຜມັກເຜັດລະຕຳກ່ອນຈິ່ງໃສ່). ຕື່ມເຜັດປົ່ນລົງ ແລະ ໃສ່ຫົວບົ່ວໃຫຍ່ຊອຍລົງໄປ.ປຸງຕາມໃຈ ອາດຈະໃສ່ແປ້ງນົວ ແລະ ນ້ຳປາເພີ່ມຖ້າມັກ.

4. ຈີກໄກ່ ເປັນຕ່ອນນ້ອຍ ພໍດີຄຳຕາມໃຈ. ແລ້ວຖອກໄກ່ລົງໃສ່ໝໍ້ຄືນ, ຄົນໃຫ້ເຂົ້າກັນ ຊີມລົດຊາດຕາມໃຈມັກ.

5. ໃສ່ຫອມເປຊອຍ ແລະ ຫອມລາບ ລົງໄປ. ຄົນໃຫ້ເຂົ້າກັນ. ຕື່ມພິກໄທປົ່ນ ຫຼືເຂົ້າຂົ້ວລົງໄປ ແລ້ວ ຕັກໃສ່ຖ້ວຍ ແຊບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ