ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວຮວຍໄຂ່ເຄື່ອງໃນໄກ່

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ຈານ · ປານກາງ · 40 ນາທີ · ຖືກ

ມາມາມາ! ໃຜມັກກິນຮວຍໄຂ່ແດ່? ມື້ນີ້ ທີມງານເຮົາຊິພາມາເຮັດວິທີເຮັດຂົ້ວຮວຍໄຂ່ປະສົມເຄື່ອງໃນໄກ່ ແບບງ່າຍໆ ແຕ່ແຊບ ແບບເຖິງໃຈ. ກິນໝົດເຂົ້າຈ້າວເປັນຈານສອງຈານພຸ້ນລະ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້, ໃສ່ນ້ຳ, ໃສ່ໃບຂີ້້ຫູດ,ຫົວສີໄຄ ແລະ ເກືອ ໜ້ອຍໜຶ່ງ

2. ພໍຟົດໃຫ້ເອົາຮວຍໄຂ່ລົງ, ຕົ້ມໃຫ້ສຸກ ປະມານ 30 ນາທີ.ແລ້ວຕັກອອກຈາກໝໍ້

3. ຕຳເຄື່ອງ: ກະທຽມ, ຫົວສີໄຄ, ໝາກເຜັດດິບ+ແຫ້ງ, ເກືອ, ແປ້ງນົວ ແລ້ວຕຳເຂົ້າກັນໃຫ້ມຸ່ນ.

4.ຄ້າງໝໍ້ກະທະ, ໃສ່ນ້ຳມັນໝູ 1 ບ່ວງ ແລ້ວ ໃສ່ເຄື່ອງຕຳລົງໄປຂົ້ວຈົນຫອມເຫລືອງດີ. ຈິ່ງໃສ່ຮວຍໄຂ່ທີ່ຕົ້ມແລ້ວລົງໄປຂົ້ວ, ໃສ່ນ້ຳໜ້ອຍໜຶ່ງ.ໃສ່ໃບຂີ້້ຫູດລົງໄປ, ປຸງລົດດ້ວຍ ນ້ຳມັນຫອຍ ແລະ ນ້ຳປາ. ຂົ້ວໃຫ້ເຂົ້າກັນ ໃຫ້ນ້ຳມັນແຫ້ງລົງ.

5. ຊີມລົດຊາດໃຫ້ພໍດີ, ແລ້ວໃສ່ໃບກະເພົາລົງໄປແລ້ວປິດໄຟ. ຕັກເສີບໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ