ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳເສັ້ນລ້ອນທະເລດຳເດືອດ

(0 ໂຫວດ) • ໂດຍ Tou

2 ຄົນ · ປານກາງ · 20 ນາທີ · ປານກາງ

ຕົກແລງໆ ພາກັນຫາຫຍັງກິນຫຼິ້ນ ກັນເທາະ! ມາໆເຮັດ ຕຳ ຕຳ ຕຳ ລະກະຕຳ 'ຕຳເສັ້ນລ້ອນທະເລດຳເດືອດ' ສູດງ່າຍໆ ກັບ ນ້ຳປູ ດຳໆ ນົວໆ , ເລີ່ມເລີຍ :)

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ ຕົ້້ມນ້ຳໃຫ້ຟົດ ແລ້ວນຳ ເສັ້ນລ້ອນ, ຜັກບົ້ງ, ກະລ່ຳ ແລະ ເຄື່ອງທະເລທຸກຢ່າງລົງລວກ ປະມານ 3ຫາ5 ນາທີ. ຈາກນັ້ນເອົາມານ໋ອກນ້ຳເຢັນທັນທີ ເພື່ອ ໃຫ້ມັນເດັ້ງ ແລະ ຜັກຂຽວກອບດີ.

2. ໃນຄົກ ຕຳໝາກເຜັດ, ກະທຽມ, ກະປິ,ນ້ຳປູ, ນ້ຳຕານ, ແປ້ງນົວເຂົ້້ານຳກັນ ແລ້ວ ເອົາ ປາແດກ, ໝາກເລັ່ນລົງ, ແລ້ວບີບໝາກນາວໃສ່.

3. ເທເຄື່ອງທີ່ລວກນັ້ນ ລົງໃນຄົກ ຕຳເບົາໆ ແລະຄົນເຂົ້າກັນ, ຊີມລົດຊາດ ແລະ ຕັກໃສ່ຈານ ໂຮຍຖົ່ວດິນ. ເສີບໄດ້. ແຊບ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ