ໜ້າຫຼັກສູດອາຫານອາຫານຝລັ່ງປະເພດປີ້ງ/ດາດ

ປີ້ງໝູນຸ່ມ (ສູດແມ່ຍ່າ)

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 150 ນາທີ · ປານກາງ

ເມນູນີ້ ແມ່ນ ເຮັດໃຫ້ຂ້ອຍຄິດຮອດ ຊ່ວງຊຳເມີ, ບັນຍາກາດທ້ອງຟ້າສີຄາມ, ລົມເຢັນໆ. ແລະ ແນ່ນອນ ທຸກຄົນມ່ວນຊື່ນ ກັບການກິນ ບາບີຄິວແຊບໆ.

ເຄື່ອງປຸງ

ວິທີເຮັດ

1. ປະສົມເຄື່ອງປຸງໃສ່ຊາມກ່ອນ: ມີນ້ຳສົ້ມວາຍແດງ+ນ້ຳເຜິ້ງ+ ຜົງຂີງ + ກະທຽມ + ນ້ຳສະອິ້ວຍີ່ປຸ່ນ + ນ້ຳດື່ມ+ ເກືອ+ ພິກໄທ.

2. ໝັກຊີ້ນໝູ 2 ຊມ.

3. ເອົາມາສຽບໃສ່ກັບໝາກເລັ່ນ ແລະ ຫົວຜັກບົ່ວໃຫຍ່ ສະຫລັບກັນ.

4. ເອົາໄປປີ້ງໄຟອ່ອນ ໃຫ້ ໝູສຸກ.

5. ເຮັດນ້ຳຊ້ອສ: ເອົານ້ຳໝັກທີ່ເຫລືອ ໄປຕົ້້ມໃຫ້ຟົດ ແລ້ວໃສ່ ໝາກເລັ່ນກະປ່ອງບົດ+ຄີມສົດ ຕົ້້ມໃຫ້ຟົດແລ້ວຖອກໃສ່ຖ້ວຍນ້ອຍ ເສີບກິນ ກັບປີ້ງ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ