ໜ້າຫຼັກສູດອາຫານອາຫານຫວຽດນາມອົບ

ປາດຸກ ອົບກອບ

(1 ໂຫວດ) • ໂດຍ nuocmamafoods

4 ຄົນ · ງ່າຍ · 60 ນາທີ · ປານກາງ

ຜ່ານມາ ຂ້ອຍໄດ້ໃຊ້ ນ້ຳຕານ ຫລືນ້ຳເຜິ້ງເອືອບປາ ເພື່ອໃຫ້ໜັງມັນ ເຫລືອງກອບ ແຕ່ ບາງບ່ອນຊ້ຳ ພັດໄຫມ້ ແລະ ຂົມ. ຄິດວ່າ ຄວາມຮ້ອນສູງ ເຮັດໃຫ້ມັນໄຫມ້ ໄວໂພດ. ເທື່ອນີ້ຂ້ອຍລອງ ແບບໃໝ່ ແລະ ຜົນລັບຄື ດີກວ່າເກົ່າ. IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ຄົວປາໃຫ້ສະອາດ ແລະ ຊັບໃຫ້ແຫ້ງ. ຜ່າກງເຄິງ ແລ້ວ ແຜ່ອອກ. ຖ້າເຮັດບໍ່ເປັນ ໃຫ້ແມ່ຄ້າເຮັດໃຫ້ກະໄດ້.

2. ທານ້ຳມັນ ເບີ ທີ່ລະລາຍນັ້ນ ໃສ່ໃຫ້ທົ່ວປາ. ໃສ່ເຄື່ອງປຸງລົດລົງໄປ( ຫ້າມໃສ່ນ້ຳຕານ). ໂຮຍກະທຽມລົງໄປ, ໃສ່ເກືອ,ຜົງປາປີກ້າ, ພິກໄທປົ່ນ, ແລະ ພາສລີ້ ແຫ້ງ.

3. ສີດ ສະເປນ້ຳມັນໃສ່ ຕານ່າງທີ່ຈະອົບ. ວາງປາລົງຕານ່າງ ເອົາເບື້້ອງໜັງຂຶ້້ນເທິງ. ທາເນີຍເພີ່ມ ໃສ່ອີກກະໄດ້.

4. ເອົາເຂົ້າເຕົາອົບ ຊັ້ນເຄິ່ງກາງ ອົບທີ່ 450 ຟາເຣັນຮາຍ ( ໂມດປິດພັດລົມ). ອົບປະມານ ແລ້ວແຕ່ຄວາມໃຫຍ່ ຂອງປາ. ຈາກນັ້ນ ໃຫ້ປ່ຽນໃສ່ ໂໝດ ປີ້ງ 3 ຫາ 5 ນາທີ. ແລ້ວຈະໄດ້ຍິນ ສຽງດັງກ໊ອບ ກອບ ຂອງໜັງມັນ ໂດຍບໍ່ຕ້ອງໄປຈືນ.

5. ໂຮຍຫອມ ບົ່ວໃຫຍ່ ຫລືບົ່ວໃບຕາມຊອບ, ພ້ອມເສີບ, ແຊບ:-)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ