ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ເຂົ້າປຸ້ນປູ ຫວຽດ

(1 ໂຫວດ) • ໂດຍ nuocmamafoods

6 ຄົນ · ປານກາງ · 60 ນາທີ · ປານກາງ

ມີໃຜຢາກກິນ ເຂົ້າປຸ້ນປູ ນຳຂ້ອຍແດ່? ເຮັດບໍ່ຍາກ ແລະ ແຊບແຮງ ຂໍບອກຂໍເລົ່າ :) ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ຄັ້ນເນື້ອມັນປູ(ມີຂາຍເປັນກ່ອງ), ໄຂ່, ໝູສັບ, ພິກໄທ ເຂົ້າກັນໃຫ້ດີ ແລ້ວ ໄປໃສ່ຕູ້ເຢັນໃຫ້ມັນເດັ້ງຕິດກັນ (ຖ້າມີເນື້ອຂາປູສົດໆ ໃສ່ນຳແຮ່ງແຊບເດີ).

2. ຄ້າງໝໍ້ ໃສ່ກະດູກໝູທີ່ລວກແລະລ້າງ ແລ້ວນັ້ນ ຕົ້ມໃຫ້ມັນຟົດ, ລົດໄຟອ່ອນຕົ້ມຕໍ່ ປະມານ 25-30 ນາທີ. ຖ້າເຈົ້າ ໃຊ້ກຸ້ງແຫ້ງໃຫ້ໃສ່ ພ້ອມດູກ ໝູ ເລີຍ.

3. ຕັ້ງກະທະໃສ່ ນ້ຳມັນ ແອນແນັດໂທ annatto ສີແດງທີ່ຂົ້້ວໄວ້ນັ້ນ. ໃສ່ກະທຽມລົງໄປຂົ້ວໃຫ້ຫອມ, ຕາມດ້ວຍໝາກເລັ່ນ ແລະ ຫົວບົ່ວໃຫຍ່. ຂົ້້ວເຂົ້າກັນ ປະມານ 3-4 ນາທີ ໄຟກາງ. ໃສ່ ຊ໋ອດໝາກເລັ່ນ. ແລະເທໃສ່ໝໍ້ນ້ຳຊຸບ ຫລັງຈາກຕົ້້ມກະດູກໄດ້ທີ່ແລ້ວ. ຈາກນັ້ນໃສ່ ເຕົ້າຮູ້ ແລະ ຕ່ອນເລືດ. ຕົ້້ມໃຫ້ຟົດ ແລ້ວ ອ່ອນໄຟຕົ້ມຕໍໄປ ແລ້ວ ໃສ່ເຄື່ອງປຸງທີ່ເຫລືອທັງໝົດລົງ. ຊີມລົດຊາດຕາມໃຈ.

4. ໃນຂະນະທີ່ ກຳລັງຕົ້ມນັ້ນ, ໃຊ້ບ່ວງແກງຕັກເອົາ ຊີ້ນທີ່ປະສົມໄວ້ນັ້ນ ເຮັດເປັນກ້ອນ ແລ້ວຄ່ອຍວາງລົງໝໍ້ ທາງເທິງ ໝາກເລັ່ນ ກັບເຕົາຮູ້ກ້ອນ ແລະ ເຮັດໄຟອ່ອນເພື່ອບໍ່ໃຫ້ ມັນແຕກຈາກກັນ. ເຮັດໄປເທື່ອລະ 6-8 ກ້ອນ ກ່ອນ ຈາກນັ້້ນ 2-3 ນາທີ ຈຶ່ງໃຊ້ຈອງດັນມັນລົງກົ້ນມໍ້ ແລ້ວ ເຮັດ ກ້ອນໃຫມ່ ຈົນຊີ້ນຫມົດ.

5. ສັງເກດ ເວລາລູກຊີ້ນສຸກມັນຈະລອຍຂຶ້້ນມາທາງຫນ້າຫມໍ້. ໃຫ້ຕົ້ມໄຟອ່ອນຕໍ່ ປະມານ 5 ນາທີ ແລ້ວມອດໄວ້.

6. ເສີບ ກັບເຂົ້າປຸ້ນ ແລະ ຜັກກັບ ! ແຊບ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ