ໜ້າຫຼັກສູດອາຫານໄຕ້ຫວັນອົບ

ໄກ່ອົບ ລາດໜ້າບົ່ວໃບ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 30 ນາທີ · ປານກາງ

ເຈົ້້າມັກ ກິນໄກ່ບໍ່? ລອງສູດນີ້ ເບິ່ງນໍ້ ໄກ່ອົບ ລາດໜ້າບົ່ວໃບ. !!! ມັນເປັນ ອາຫານ ທີ່ເຮັດງ່າຍ. ຢູ່ໄຕ້ຫວັນ, ໃຊ້ ໄກ່ຕົ້ມ ແຕ່ ຂ້ອຍໃຊ້ ໄກ່ອົບຈາກເຕົາ, ຂ້ອຍລອງເຮັດ ປະສົມປະສານ ແບບໃຫມ່ເບິ່ງ.🧡

ໝາຍເຫດ: ແມ່ຕູ້ຂ້ອຍ ຢືນຢັນ ສູດນີ້ແລ້ວ! ປົກກະຕິ ລາວຈະບໍ່ເຮັດແບບຂ້ອຍ ແຕ່ ວ່າ ລາວຊີມແລ້ວ ປະຫລາດໃຈ ເພາະ ວ່າ ໜັງໄກ່ກອບດີ!

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເລີ່ມຕົ້ນທີ່ ຊອຍຜັກບົ່ວໃບ ມຸ່ນໆ ແລະ ປຸງລົດດ້ວຍເກືອປະໄວ້ຖ້ວຍ.

2. ຊອຍຂີງ ແລ້ວຄົນໃສ່ໄກ່ ໃນຊາມ. ໃສ່ເກືອ ແລະ ພິກໄທດຳປົ່ນ ຄົນໃຫ້ເຂົ້າກັນ. ໝັກໄວ້ບຶດໜຶ່ງ ກ່ອນ ປຸງແຕ່ງ.

3. ຄ້າງໝໍ້ ກະທະ ແລ້ວ ເອົາ ໄກ່ໝັກນັ້ນ ລົງໄປດາດ ໃຫ້ ອອກສີນ້ຳຕານ (ບໍ່ໃສ່ນ້ຳມັນ).

4. ຂົ້ວ 2 ຫາ 3 ນາທີ ແລ້ວ, ເອົາໃສ່ ພາຊະນະ ເຂົ້າເຕົາອົບ.

5. ໃນຂະນະອົບໄກ່, ໃສ່ນ້ຳມັນ ລົງໄປ ໃນກະທະ ທີ່ມີຂີງປະໄວ້ ແລ້ວຂົ້ວໃຫ້ມັນ ເຫລືອງຫອມ.

6. ເອົາຂີງອອກ ໃສ່ຖ້ວຍນ້ອຍ. ແລ້ວ ຖອກນ້ຳມັນຮ້ອນ ລົງໃສ່ ຖ້ວຍຜັກບົ່ວໃບ.

7. ໃນເມື່ອ ໄກ່ ອົບສຸກແລ້ວ , ຕັດ ເປັນຕ່ອນ. ຖອກນ້ຳອົົບ ທີ່ ອອກຈາກໄກ່ນັ້ນ ລົງຖ້ວຍ ຜັກບົ່ວໃບ.

8. ຕັກໄກ່ ໃສ່ ຈານ ແລ້ວ ລາດໜ້າ ດ້ວຍ ຜັກບົ່ວໃບນັ້ນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ