ໜ້າຫຼັກສູດອາຫານໄຕ້ຫວັນboiled

ເຄັກຫິມະ!

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 130 ນາທີ · ຖືກ

ສູດຂອງຫວານ ສຳລັບ ລະດູຮ້ອນ ຕ້ອງນີ້ເລີຍ ເຄັກຫິມະ!!! ເປັນເມນູຂອງຫວານ ທີ່ມີປະຫວັດມາຍາວນານ ໄດ້ຄົ້ນພົບຊ່ວງ ສັດຕະວັດທີ 16 (ຈິນ ປິ້ງ ເມີຍ). ຕົ້ນຕຳລັບ ມາຈາກເມືອງຈີນແຜ່ນດິນໃຫຍ່ ແລ້ວ ມາເປັນທີ່ນິຍົມໃນ ໄຕ້ຫວັນ. ເຄັກນີ້ ມີຄວາມ ແຊບ ແລະ ສົດຊື່ນ. ແລະແນ່ນອນ ມັນເຮັດມາຈາກ ໝາກພ້າວ ແລະ ນ້ຳຕານ, ເຮັດແລ້ວເອົາໄປໃສ່ຕູ້ເຢັນ 2 ຊົ່ວໂມງ ເພີ່ມຄວາມສົດຊື່ນໄປຕື່ມ !!!

ຖ້າຫາກໃຜບໍ່ຢາກໃຊ້ ຜົງໝາກພ້າວ ໃຫ້ໃຊ້ ຜົງຖົ່ວດິນ, ຜົງຊອ໋ກໂກແລັດ, ຫລື ຜົງໝາກງາ ແທນກໍ່ໄດ້. ...! ຢາກກິນ ແນວສົດຊຶ່ນ ຍາມຮ້ອນ ລະແມ່ນບໍ່? ເຊື່ອຂ້ອຍໂລດ, ເຮັດເມນູນີ້ ຮັບຮອງ ແຊບ!

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ໃຊ້ ຖາດສຳລັບ ອົບເຄັກ ຮູບ 4 ລ່ຽມ ແລ້ວ ວາງເຈ້ຍມັນ ລົງໃນຖາດ ແລ້ວປະໄວ້.

2. ຕັ້ງໝໍ້ກະທະ, ໃສ່ນົມ 2/3 ຈາກສ່ວນກຽມໄວ້ ລົງໄປກ່ອນ, ແລ້ວໃສ່ ກະທິໝາກພ້າວ. ໃສ່ນ້ຳຕານ ລົງໄປ ແລ້ວຕົ້ມໃຫ້ນ້ຳຕານເປື່ອຍ( ຄົນມັນ).

3. ເອົາແປ້ງ ສາລີ ປະສົມໃສ່ ນົມເຢັນ ທີ່ຍັງເຫລືອ ໃນຖ້ວຍ. (ຫ້າມ ຕີແປ້ງໃສ່ ນົມທີ່ຮ້ອນເດັດຂາດ!!!)

4. ເອົາແປ້ງທີ່ລະລາຍ ໃນນົມເຢັນນັ້ນ ມາຕອງໃສ່ ໝໍ້ກະທະ, ອ່ອນໄຟລົງ ແລະ ຄົນໃຫ້ເຂົ້າກັນ ຈົນກວ່າຊິໄດ້ ເນື້້ອສຳຜັດ ທີ່ນຸ່ມຫນຽວເຂົ້າກັນດີ.

5. ປິດໄຟ ແລ້ວ ຖອກເຄັກນັ້ນ ໃສ່ ຖາດ ສີ່ຫລ່ຽມທີ່ກຽມໄວ້. ໃຊ້ ໄມ້ດ້າມ ແປງໆ ໃຫ້ມັນລຽບ ແລະ ຕອກກົ້ນຖາດລົງ ໃຫ້ເຄັກມັນແໜ້ນ. ເອົາໄປໃສ່ ໃນຕູ້ເຢັນ 2 ຊົ່ວໂມງ.

6. ຫລັງຈາກ 2 ຊົ່ວໂມງ ແລ້ວ ເອົາເຄັກ ອອກຈາກຖາດ ໃສ່ຈານ, ໂຮຍຜົງ ໝາກພ້າວໃສ່, ຕັດເປັນຕ່ອນນ້ອຍ ເສີບໄດ້ !


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ