ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວຊີ້ນງົວ ລາດເຕົ້າຮູ້

(0 ໂຫວດ) • ໂດຍ Sack Yuki

2 ຄົນ · ປານກາງ · 30 ນາທີ · ປານກາງ

ມາເດີ ມື້້ນີ້ ຊິຊວນ ມາເຮັດ 'ຂົ້ວຊີ້ນງົວ ລາດເຕົ້າຮູ້' ວິທີເຮັດງ່າຍໆ ແຖມ ແຊບແບບຄາດບໍ່ເຖິງເລີຍລະ. ສູດຕາມລຸ່ມນີ້ເລີຍ :)

ເຄື່ອງປຸງ

ວິທີເຮັດ

1. ຂົ້ວກະທຽມໃສ່ນ້ຳມັນໃຫ້ຫອມ ແລ້ວ ເອົາຊີ້ນງົວລົງ, ປຸງລົດດ້ວຍ ເກືອ,ນ້ຳຕານ, ນ້ຳມັນຫອຍ, ແລະ ສະອິ້ວຂາວ ຖ້າມັນແຫ້ງໂພດໃຫ້ຕື່ມນ້ຳຫນ້ອຍຫນຶ່ງ. ຂົ້ວຈົນຊີ້ນສຸກ ແລ້ວໃສ່ ຜັກຫົມ ແລະ ຫອມປ້ອມຊອຍລົງໄປ, ຄົນ ໄປມາ ປະມານ 1 ນາທີ ແລ້ວຊີມລົດໃຫ້ພໍດີ ແລ້ວ ປິດໄຟ.

2. ໄຂເຕົ້າຮູ້ຈາກຖົງໃສ່ຈານທີ່ຈະເສີບ, ລາດຂົ້ວຊີ້ນຮ້ອນໆນັ້ນ ລົງໃສ່ກ້ອນເຕົາຮູ້. ພ້ອມດ້ວຍໝາກເຜັດຊອຍໂຮຍໜ້າ. ເປັນອັນວ່າສຳເລັດ. ກິນກັບເຂົ້າຈ້າວ ແຊບ ໄປອີກ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ