ໜ້າຫຼັກສູດອາຫານອາຫານໄທປະເພດຂົ້ວ/ຜັດ

ຜັດສະອິ້ວ

(0 ໂຫວດ) • ໂດຍ Tou

2 ຄົນ · ປານກາງ · 40 ນາທີ · ປານກາງ

ຜັດສະອິ້ວ ເປັນອາຫານ ຂຶ້້ນຊື່ ຕາມຮ້ານ ແຄມທາງ ຫລື ຮ້ານຕາມສັ່ງ ໃນເມືອງໃຫຍ່. ມື້ນີ້ລອງເຮັດກິນເອງເບິ່ງ ມັນບໍ່ໄດ້ຍາກຢ່າງທີ່ຄິດເລີຍ. ສູດຕາມລຸ່ມນີ້ເດີ:)

ເຄື່ອງປຸງ

ວິທີເຮັດ

1. ໝັກ ເສັ້ນໃຫຍ່ ກັບສະອິ້ວດຳ ໃຫ້ເຂົ້າກັນ ລະພັກໄວ້ ປະມານ 10 ນາທີ.

2. ຕັ້ງກະທະໃສ່ນ້ຳມັນ ເອົາກະທຽມລົງຈຽວໃຫ້ເຫລືອງ ຫອມ ແລ້ວໃສ່ ໝູ ແລະ ໄຂ່. ຂົ້ວຈົນຫມູສຸກ.

3. ເອົາເສັ້ນໃຫຍ່ລົງ ຕາມດ້ວຍ ສະອິ້ວ, ນ້ຳມັນຫອຍ, ສະອິ້ວຂາວ, ຜົງປຸງລົດ, ແລະນ້ຳຕານ. ຂົ້ວຈົນ ເສັ້ນແຍກອອກກັນ ແລ້ວໃສ່ ຜັກກາດນາ. ຂົ້ວຕໍ່ບຶດຫນຶ່ງຈົນຜັກສຸກ, ຊີມລົດຊາດ ແລະຕັກໃສ່ຈານ ເສີບ ຕື່ມພິກໄທຖ້າມັກ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ