ໜ້າຫຼັກສູດອາຫານເຊເນການປະເພດ ອົບ/ເອາະ/ຕຸ໋ນ

ໄກ່ ຢາຊາ (ອາຫານອາຟຣິກາ)

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ປານກາງ · 80 ນາທີ · ປານກາງ

ຢາກບອກວ່າ ໄກ່ ຢາຊາ ເປັນອາຫານປະຈຳຊາດຂອງ ປະເທດເຊເນການເລີຍກະວ່າໄດ້. ຂ້ອຍ ມີໂອກາດ ໄດ້ໄປຢູ່ ແລະ ໄດ້ກິນເມນູນີ້ປະຈຳ. ນີ້ແມ່ນສູດຂອງແມ່ບ້ານຂ້ອຍເອງ. ໃຜຢາກລອງສິ່ງໃຫມ່ໆ ເບິ່ງສູດນີ້ລະກະເຮັດຕາມໄດ້ເລີຍ :)

ເຄື່ອງປຸງ

ວິທີເຮັດ

1. ປາດໄກ່ ພໍໃຫ້ສະຫລຽງ ຍັດເຄື່ອງໃສ່ໄດ້, ແລ້ວປະໄວ້

2. ກຽມເຄື່ອງຍັດໃສ່ໄກ່:

- ຕຳກະທຽມ+ຂີງ+ຫອມພາສລີ່+ເກືອ+ໝາກເຜັດແຫ້ງ (ບໍ່ມັກເຜັດບໍ່ໃສ່)​

3. ເອົາເຄື່ອງທີ່ຕຳນັ້້ນ ຍັດໃສ່ໃນຂາໄກ່ທີ່ປາດໄວ້ນັ້ນ. ແລ້ວບີບໝາກນາວຮວດເທິງໄກ່.

4. ໃສ່ນ້ຳມັນຫນ້ອຍໜຶ່ງ ໃນກະທະ ພໍຮ້ອນໃຫ້ ໃສ່ໄກ່ລົງໄປ, ປິດຝາໄວ້ ເຮັດໄຟອ່ອນໆ ຈົນກວ່າ ຈະສຸກ. ແລະ ປິດໄຟໄວ້.

5. ກຽມນ້ຳຊ໊ອສ

- ຕຳພິກໄທດຳ,​ເຜັດໃຫຍ່ຂຽວ​ແລະ​ຫົວບົ່ວໃຫຍ່ ລົງໄປຕຳພໍຫຍາບໆ.​

6. ໃຊ້ຫມໍ້ຂາງໃຫຍ່, ໃສ່ນ້ຳມັນປະມານ 4 ບ່ວງແກງ ລົງໄປ, ພໍຮ້ອນໃຫ້ໃສ່ ເຄື່ອງທີ່ຕຳນັ້ນລົງໄປຂົ້ວຈົນຫອມ ແລ້ວ ຕື່ມນ້ຳ ພໍຖ້ວມ. ຕາມດ້ວຍ ໃບ ທາມ ແລະ ເບລີຟ (ສອງຢ່າງນີ້ມັນມັກມາຄູ່ກັນ).ແລ້ວ ປຸງລົດດ້ວຍ ສະອິ້ວ​ແລະ ຄະນໍກ້ອນ(ລົດໄກ່) ເຮັດໄຟອ່ອນ ແລະ ໃຫ້ຫົວບົ່ວສຸກອ່ອນ ແລະ ເປັນ ສີໃສ ສະແດງວ່າໃຊ້ໄດ້. (ລະວັງຢ່າໃຫ້ນ້ຳແຫ້ງຫລາຍ).​

7. ເທຊ໊ອສນີ້​ໃສ່ຫມໍ້ໄກ່, ແລ້ວ ເອົາ ມາສຕາດ ໃສ່ , ຄົນໃຫ້ທັງໝົດ ເຂົ້າກັນ ແລະ ນ້ຳໃຫ້ ແຫ້ງພໍດີ. ໃຫ້ບີບໝາກນາວໃສ່ ອີກບາດຫນຶ່ງ. ຊີມລົດຊາດໃຫ້ພໍດີ.​ ແລ້ວ ຕັກເສີບ ກັບເຂົ້າຈ້າວ. ແຊບ ແບບ ອາຟຣິກາ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ