ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງໄກ່ໃສ່ໝາກຊູ

(0 ໂຫວດ) • ໂດຍ Kimmi Kim

6 ຄົນ · ງ່າຍ · 60 ນາທີ · ປານກາງ

ຄິດຫຍັງບໍ່ອອກ ວ່າຊິກິນຫຍັງ ຊ່ວງລົດນ້ຳໜັກບໍ່? ລອງເຮັດ 'ແກງໄກ່ ໃສ່ໝາກຊູ' ເບິ່ງ, ເຮັດງ່າຍ ກິນງ່າຍ ແຊບດີ.

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ຕົ້ມນ້ຳ ໃສ່ເກືອ+ຫົວສີໄຄ+ຂີງ+ສະອິ້ວຂາວ+ຜົງປຸງລົດ ແບບກ້ອນ ຫລືຜົງ.

2. ເມື່ອນ້ຳຟົດ ໃຫ້ເອົາຕ່ອນໄກ່ລົງ ແລະ ຕົ້ມໄຟກາງ ແລະ ໝັ່ນຕັກຟອດທີ່ມັນລອຍຢູ່ຫນ້ານ້ຳອອກ ເພື່ອໃຫ້ນ້ຳແກງບໍ່ຂຸ່ນ. ຕົ້ມປະມານ 30 ຫາ 40 ນາທີ ຫລື ຈົນໄກ່ສຸກ.

3. ຈາກນັ້ນ ເອົາໝາກຊູທີ່ກຽມໄວ້ນັ້ນລົງ ຕົ້ມ ໃສ່ ປະມານ 10 ນາທີ. ພໍສຸກເເລ້ວ ຕື່ມນ້ຳປາ ແລະ ພິກໄທ. ແລ້ວ ຊີມເບິ່ງຕາມໃຈມັກ

ແລ້ວໃສ່ ຜັກຫອມບົ່ວ ແລະ ຫອມປ້ອມ ແລ້ວປົງ. ເສີບກັບ ເຂົ້າຈ້າວຮ້ອນໆ. ເມນູນີ້ເໝາະສຳລັບຄົນກຳລັງຄຸມນ້ຳໜັກ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ