ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງຜັກກາດຊອມຫມູສັບ ແຖມຜັກຊີ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 30 ນາທີ · ຖືກ

ແກງຜັກກາດຊອມຫມູສັບ ແຖມຜັກຊີ ເປັນແກງຈືດ ທີ່ເຮັດງ່າຍໆ . ກິນແລ້ວ ຮູ້ສຶກ ດີ ທັງມີ ປະໂຫຍດຕໍ່ຮ່າງກາຍ. ຊິກິນກັບເຂົ້າຈ້າວ ຫລື ເຂົ້າໜຽວກະແຊບ. ຈ້ຳແຈ່ວແດ່ເນາະ ແຮ່ງຄັກໄປຕື່ມ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຄ້າງໝໍ້ໃສ່ນ້ຳ+ເກືອ+ຫົວສີໄຄທຸບ ຕົ້ມໃຫ້ຟົດ.

ຂັ້ນຕອນ 2. ເອືອບຫມູສັບດ້ວຍ ພິກໄທ ແລະ ຄະນໍຜົງ ນວດໃຫ້ເຂົ້າກັນ.

ຂັ້ນຕອນ 3. ປັ້ນຫມູເປັນກ້ອນພໍດີຄຳ ລົງຫມໍໍ້ ແລະຕົ້ມປະມານ 20ນາທີ.

ຂັ້ນຕອນ 4. ໃສ່ຜັກກາດ ຕົ້ມເຂົ້າກັນປະມານ 5 ນາທີ.

ຂັ້ນຕອນ 5. ໃສ່ຜັກຊີ ຊີມລົດຊາດ ແລ້ວ ປົງ. ເປັນອັນວ່າເສັດພິທີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ