ໜ້າຫຼັກສູດອາຫານອາຫານຫວຽດນາມboiled

ນ້ຳຫວານສາລີ ກະທິໝາກພ້າວ

(0 ໂຫວດ) • ໂດຍ nuocmamafoods

6 ຄົນ · ງ່າຍ · 45 ນາທີ · ປານກາງ

ເປັນເວລາດົນແລ້ວ ທີ່ບໍ່ໄດ້ເຮັດ ນ້ຳຫວານກິນ. ຢາກບອກວ່າ ນ້ຳຫວານທີ່ເຮັດ ງ່າຍໆ ກະຄື ນ້ຳຫວານສາລີ ນີ້ລະ. ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ສ່ວນປະສົມ ນ້ຳກະທິ

ວິທີເຮັດ

1. ປະສົມ ແປ້ງສິງກະໂປ ໃສ່ ກັບນ້ຳ 1 ບ່ວງ ແລ້ວປະໄວ້.

2. ຄ້າງໝໍ້ ໃສ່ນ້ຳ ແລະ ໃສ່ເຂົ້າ ໜຽວ ລົງໄປ.

3. ຕົ້ມໄຟກາງ ປະມານ15 ນາທີ. ໝັ່ນຄົນ ຢ້ານຕິດໝໍ້.

4. ໃສ່ ສາລີ, ນ້ຳຕານ ແລະ ເກືອ. ຕົ້້ມໄຟອ່ອນ ຫາກາງ ປະມານ 15 ຫາ 20 ນາທີ. ໝັ່ນຄົນ.

5. ໃສ່ ແປ້ງສິງກະໂປ ທີ່ປະສົມນ້ຳປະໄວ້ ນັ້ນລົງໄປ. ຊີມລົດ ແລະ ປຸງເພີ່ມໄດ້. ຈາກນັ້ນຕົ້ມຕໍ່ 2-3 ນາທີ. ປິດໄຟ.

ສຳລັບ ວິທີກຽມ ນ້ຳກະທິ:

1. ໃສ່ ສ່ວນປະສົມ ນ້ຳກະທິ ທັງໝົດ ລົງໄປໃນ ໝໍ້ນ້ອຍ

2. ຕົ້ມຈົນ ເກືອບຟົດ. ໝັ່ນຄົນ. ຊີມ ແລະ ປຸງເພີ່ມ. ແລ້ວ ສືບຕໍ່ຕົ້ມອີກ ປະມານ 1 ນາທີ.

3. ປິດໄຟ ແລະ ສືບຕໍ່ຄົນ ປະມານ 1 ນາທີ ອີກ.

ເສີບໄດ້ ;-) ຕັກສາລີທີ່ຕົ້ມແລ້ວນັ້ນ ໃສ່ ຖ້ວຍ ແລ້ວ ເອົານ້ຳກະທີຮວດ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ