ໜ້າຫຼັກສູດອາຫານເກົາຫລີໃຕ້ປະເພດຂົ້ວ/ຜັດ

ໄກ່ທອດປ໋ອບຄອນ

(0 ໂຫວດ) • ໂດຍ Chubby Whale

4 ຄົນ · ງ່າຍ · 90 ນາທີ · ປານກາງ

ເຊື່ອໂລດ ເມື່ອເລີ່ມກິນແລ້ວ ມັນຈະຢຸດບໍ່ໄດ້! ນັ້ນຄື ໄກ່ທອດ ປ໋ອບຄອນ. ໄກ່ທອດ ທີ່ດີ ຈະຕ້ອງ ກອບນອກ ນຸ້ມໃນ. ແລະ ແນ່ນອນ ລົດຊາດດ ກະຕ້ອງໃຫ້ແຊບ ໄປນຳ.

ສ່ວນຕົວ ຂ້ອຍຈະມັກ ໃສ່ ຜົງສາຫລ່າຍ ແລະ ງາໂຮຍໃສ່ນຳ ເພື່ອເພີ່ມ ລົດຊາດນົວ ໄປຕື່ມ. ເພາະຖ້າ ກິນກັບ ຊ໊ອສ ມາຢອງເນສ ກິມຈິ ມັນຈະຕັດ ເຂົ້າກັນ ພໍດີເປະ!

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ເຄື່ອງໝັກໄກ່

ເຄື່ອງປຸງຊ໊ອສ

ເຄື່ອງເຮັດຜົົງໂຮຍ

ເຄື່ອງປະສົມຕອນຈືນ

ວິທີເຮັດ

ເຄັດລັບ:

- ຂ້ອຍໃຊ້ ຊີ້ນ ສວ່ນຂາໂຕ້ ໄກ່ຕິດໜັງ , ຫລື ໃຜມັກ ໃຊ້ສວ່ນເອິກກະໄດ້.

- ສຳລັບ ກິມຈິ ຫລື ມາຢອງເນສ ຈະ ມີຄວາມເຄັມ, ຄວາມຫວານ, ຄວາມສົ້້ມ ຕ່າງກັນ. ຊີມກ່ອນ ແລ້ວ ເພີ່ມລົດ ສ່ວນປະສົມຕາມໃຈມັກ!

- ການນຳເອົາ ກິມຈິ ໄປຂົ້້ວໃສ່ນ້ຳຕານກ່ອນ ແມ່ນ ເປັນການລົດ ກິ່ນແຮງ ຂອງສົ້ມຜັກລົງໄດ້.

1. ໝັກໄກ່:

- ຕັດ ໄກ່ເປັນຕ່ອນນ້ອຍ ພໍດີຄຳ

- ໃສ່ເຄື່ອງປຸງ ຄົນໃຫ້ເຂົ້າກັນ ແລ້ວໄປປະໄວ້ຕູ້ເຢັນ 1 ຊົ່ວໂມງ

2. ເຮັດຊ໊ອສ ກິມຈິ ມາຢອງເນສ:

- ໃສ່ນ້ຳມັນ 1 ບ່ວງກາເຟ ໃນກະທະນ້ອຍ.

- ຟັກກິມ ຈິໃຫ້ມຸ່ນ ແລ້ວ ໄປຂົ້ວໃນກະທະ

- ໃສ່ນ້ຳຕານ ແລະ ນ້ຳກິມຈິ ລົງໄປ. ຂົ້້ວຈົນໃຫ້ມັນເປື່ອຍເຂົ້າກັນດີ ປິດໄຟ.

- ຖອກໃສ່ຖ້ວຍນ້ອຍ, ເອົາເຄື່ອງປຸງລົງໄປ ( ເຜັດປົ່ນ, ມາຢອງເນສ, ໝ!ກນາວ, ນ້ຳຕານ) ຄົນໃຫ້ເຂົ້າກັນ ຊີມລົດຕາມໃຈມັກ.

3. .ກຽມຜົງສາຫລ່າຍ ແລະ ງາ ໄວ້ໂຮຍ:

- ເອົາ ສາລ່າຍແຜ່ນ ໄປລົນ ໄຟໃຫ້ກອບ ແລ້ວປະໄວ້

- ຂົ້ວງາ ໃສ່ໝໍ້ ຂາງ (ບໍ່ໃສ່ນ້ຳມັນ) ໃຫ້ເຫລືອງ ແລ້ວ ປະໄວ້

- ນຳ ທັງສອງ ໄປບົດໃຫ້ມຸ່ນ ແລ້ວ ປະໄວ້ໂຮຍ

4. ຈືນໄກ່:

- ເອົາແປ້ງສິງກະໂປ ປະມານ 7 ບ່ວງກາເຟ ໂຮຍໃສ່ ຖາດໄວ້ກ່ອນ

- ເອົາໄກ່ ອອກມາ ຈາກຕູ້ເຢັນ. ເອົາແຕ່ ລະຕ່ອນ ເກືອກລົງແປ້ງໃນຖາດນັ້ນ. ບໍ່ໃຫ້ຕິດກັນ

- ພັກໄວ້ 10 ນາທີ

- ຕັ້ງກະທະ ໃສ່ນ້ຳມັນ ໃຫ້ຮ້ອນ ໃຊ້ໄຟກາງ , ໃຊ້ໄມ້ຖູ່ ຢັ່ງລົງ ວ່າຮ້ອນຫລື ບໍ່( ຖ້າ ມີຟອງຂຶ້້ນ = ສະແດງວ່າໄດ້)

- ເອົາໄກ່ ລົງ ເທື່ອລະ ຕ່ອນ ( ຖ້າແປ້ງຕິດໄກ່ຫລາຍ ໃຫ້ ຖຸ່ງອອກກະໄດ້)

- ຈືນ ຈົນ ໄກ່ ເປັນ ສີເຫລືອງໃຫ້ ຕັກອອກ

- ເອົາໄກ່ ອອກແລ້ວ ພັກແປັບໜຶ່ງ ແລ້ວ ເອົາລົງທອດໃນນ້ຳມັນ ຮ້ອນໆ ຕໍ່ ອີກ 2 ຫາ 3 ນາທີ.

- ຕັກອອກ ເມື່ອໄກ່ ອອກສີນ້ຳຕານ

- ພໍຕັກໄກ່ ອອກໃສ່ຊາມ ປຸບ ໃຫ້ ຮີບໂຮບ ຜົງສາຫລ່າຍ ແລະ ງາ ໃສ່ເລີຍ

- ແລ້ວ ກໍ່ເສີບ ທັນທີ, ກິນກັບ ຊ໊ອສ ກິມຈິ ມາຢອງເນສ ທີ່ເຮັດໄວ້! ຢາກຂໍ ແນະນຳ ໄວ້ເລີຍວ່າ, ຮີບໄຂເບຍເຢັນໆ ຈັກແກ້ວພ້ອມ :) ຍົກ! ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ