ໜ້າຫຼັກສູດອາຫານເກົາຫລີໃຕ້ປະເພດຂົ້ວ/ຜັດ

ຂົ້ວໝີ່ເກົາຫລີ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 30 ນາທີ · ປານກາງ

ເຄີຍກິນ ແຕ່ຢູ່ຮ້ານ ອາຫານເກົາຫລີ ແຕ່ວ່າ ເຮັດເອງກະບໍ່ໄດ້ຍາກເລີຍ. ເມນູນີ້ ຮັບຮອງໃຜໆ ກະມັກແນ່ນອນ. ລອງເຮັດເບິ່ງເລີຍ. ວິທີ ການ ແມ່ນຕ່າງຈາກຂົ້ວໝີ່ ແບບບ້ານເຮົາ ໜ້ອຍໜຶ່ງ, ເພາະ ອັນນີ້ ແມ່ນຕ້ອງ ຂົ້ວເທື່ອລະຢ່າງ ແລ້ວຈຶ່ງມາປະສົມກັນ ໃນຊາມຕາມຫລັງ.

ເຄື່ອງປຸງ

ສ່ວນປະກອບໝັກຊີ້ນ

ສ່ວນປະກອບ ກຽມເສັ້ນໝີ່

ສ່ວນປະກອບຈືນໄຂ່

ກຽມສ່ວນຂອງຜັກ

ເຄື່ອງໂຮຍໜ້າກ່ອນເສີບ

ວິທີເຮັດ

1. ທຳອິດ ໝັກຊີ້ນງົວໄວ້ກ່ອນ ໂດຍໃສ່ ນ້ຳສະອິ້ວ, ນ້ຳມັນງາ, ພິກໄທປົ່ນ, ກະທຽມສັບ, ແລະ ເຫັດຫອມຊອຍ. ຄົນໃຫ້ເຂົ້າກັນ ແລ້ວ ນຳໄປເກັບ ໄວ້ຕູ້ເຢັນ.

2. ເຮັດຈືນ ໄຂ່ແຜ່ນ ໃສ່ ກະທະ ແລ້ວ ເອົາອອກມາ ຊອຍເປັນເສັ້ນ ປະໄວ້.

3. ຕົ້ມນ້ຳ ຮ້ອນ ແລ້ວ ເອົາເສັ້ນລົງ ຕົ້ມປະມານ 8-10 ນາທີ.

4. ຕັກແຕ່ເສັ້ນ ອອກໃສ່ຊາມໃຫຍ່ ໃຊ້ມີດຕັດ ເສັ້ນໝີ່ໄດ້ ຖ້າມັນຍາວໂພດ. ຈາກນັ້ນ ປຸງລົດເສັ້ນ ດ້ວຍສະອິ້ວ, ນ້ຳມັນງາ, ແລະ ນ້ຳຕານ ຢ່າງລະບ່ວງແກງ. ຄົນໃຫ້ເຂົ້າກັນດີ.

5. ໃຊ້ ກະທະໂຕເກົ່າ, ໃສ່ນ້ຳມັນງາລົງໄປ 1 ບ່ວງແກງ. ໃສ່ ຜັກບົ່ວໃຫຍ່ ແລະ ບົ່ວໃບ ລົງຂົ້ວຈົນ ຫອມ, ໃສ່ເກືອ ຢິບມືໜຶ່ງ ຄົນເຂົ້າກັນ ແລ້ວຕັກອອກໃສ່ ຊາມໝີ່

6. ກະທະ ໂຕເກົ່າ, ໃສ່ ນ້ຳມັນງາ ຖ້າ ມັນແຫ້ງ, ຕາມດ້ວຍ ກາລົດຊອຍ ແລະ ກະລ່ຳປີ ລົງຂົ້ວຈົນ ສຸກຫອມ, ໃສ່ເກືອ ຢິບມືໜຶ່ງ ຄົນເຂົ້າກັນ ແລ້ວຕັກອອກໃສ່ ຊາມໝີ່

7. ກະທະ ໂຕເກົ່າ, ໃສ່ ນ້ຳມັນງາ ຖ້າ ມັນແຫ້ງ, ຕາມດ້ວຍ ເຫັດຫູໜູຊອຍ ລົງຂົ້ວຈົນ ສຸກຫອມ, ໃສ່ເກືອ ຢິບມືໜຶ່ງ ຄົນເຂົ້າກັນ ແລ້ວຕັກອອກໃສ່ ຊາມໝີ່

8. ກະທະ ໂຕເກົ່າ, ໃສ່ ນ້ຳມັນງາ ຖ້າ ມັນແຫ້ງ, ຕາມດ້ວຍ ຊີ້ນງົວທີ່ໝັກໄວ້ ລົງຂົ້ວ ປະມານ 3 ຫາ5 ນາທີ ແລ້ວ ຖອກໃສ່ ຊາມໝີ່.

9. ເມື່ອທຸກ ຢ່າງ ຢູ່ໃນຊາມແລ້ວ, ຄົນເຂົ້າກັນ, ສາມາດ ປຸງລົດເພີ່ມ ດ້ວຍ ສະອິ້ວ, ນ້ຳຕານ, ນ້ຳມັນງາ, ແລະ ພິກໄທ. ຈາກນັ້ນ ຊີມລົດຊາດ ຕາມໃຈມັກ. ຕັກໃສ່ຈານ ແລ້ວ ໃສ່ ຈືນໄຂ່ທີ່ ຊອຍໄວ້ ແລະ ໂຮຍດ້ວຍ ເມັດງາຂາວ. ພ້ອມແຊບໄດ້ ບາດນີ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ