ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດຂີ້ເມົາຫມີ່ໄວໄວ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 20 ນາທີ · ຖືກ

ຜັດຂີ້ເມົາ ຫມີ່ໄວໄວ ຈີ້ດຈ໊າດ ມາແລ້ວ. ຜັດປະເພດນີ້ ມັນມີລົດຊາດເຂັ້ມຂົ້ນ ເພາະໃສ່ເຄື່ອງຫລາຍແນວ. ແລ້ວກະຜັດໆ ເຂົ້າກັບເສັ້ນໝີ່ ແບບວ່າ ເຂົ້າເນື້ອເຂົ້າໜັງສຸດໆ. ບໍ່ວ່າຫລາຍ ມາລົງມືກັນເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ລວກໝີ່ໄວໄວ 1 ນາທີ ແລ້ວ ຖອກນ້ຳອອກປະໄວ້

ຂັ້ນຕອນ 2. ໃສ່ນ້ຳມັນໃນໝໍ້ກະທະ ຈຽວ ກະທຽມແລະຫມາກເຜັດໃຫ້ຫອມ ເຫລືອງ ແລ້ວ ເອົາຊີ້ນຫມູລົງ. ປຸງລົດດ້ວຍ ນ້ຳມັນຫອຍ, ເຄືອ່ງປຸງທີ່ມາກັບໝີ່, ສະອິ້ວຂາວ, ແລະ ນ້ຳຕານ. ຕອກໄຂ່ໃສ່, ຕາມດ້ວຍກາລົດ, ຫອມບົ່ວໃຫຍ່, ຜັກກາດຊອມ ແລະ ໃບຂີ້ຫູດ. ຂົ້ວໃຫ້ ຊີ້ນແລະ ຜັກສຸກ.

ຂັ້ນຕອນ 3. ເອົາເສັ້ນຫມີ່ລົງ, ໃສ່ໃບກະເພົາ, ຂົ້ວໃຫ້ເຄື່ອງເຂົ້າກັນ, ຊີມລົດໃຫ້ພໍດີ ແລ້ວເສີບ, ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ