ໜ້າຫຼັກສູດອາຫານອາຫານໄທປະເພດແກງ/ເອາະ

ແກງເຜັດໄກ່

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 35 ນາທີ · ຖືກ

ເຊື່ອແນ່ວ່າ ຫລາຍຄົນ ຮູ້ຈັກ ກິນ ແລະ ເຮັດແກງເຜັດ ແນ່ນອນ. ແຕ່ມື້ນີ້ ຊິມາບອກວິທີ ເຮັດ 'ແກງເຜັດໄກ່' ແບບງ່າຍໆ ໄວໆ ແລະ ກິນໄດ້ ແບບຈຸໃຈໄປເລີຍ. ເຄື່ອງປຸງ ແລະວິທີເຮັດລຸ່ມນີ້ເລີຍ:)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ຂົ້ວເຄື່ອງພິກແກງໃສ່ນ້ຳມັນໃຫ້ຫອມ, ເອົາໄກ່ລົງຂົ້ວເຂົ້າກັນໃຫ້ໄກ່ ອອກສີນ້ຳຕານອ່ອນ.

ຂັ້ນຕອນ 2: ຕື່ມກະທິຫມາກພ້າວລົງ, ຕາມດ້ວຍມັນຝລັ່ງ, ໝາກເຂືອ, ກາລົດ, ແລະ ປຸງລົດດ້ວຍ ຄະນໍ, ນ້ຳປາ, ນ້ຳຕານ. ຕົ້້ມແລະຄົນຕໍ່ໄປຈົນກວ່າໄກ່ ແລະ ຜັກສຸກ ແລະ ໃຫ້ນ້ຳແຫ້ງຫນ້ອຍຫນຶ່ງ.

ຂັ້ນຕອນ 3: ຊີມລົດຊາດໃຫ້ພໍດີ ແລ້ວ ຕື່ມບົວລະພາ ແລະ ປົງ ພ້ອມເສີບກິນກັບ ເຂົ້າຈ້າວຮ້ອນ, ເຂົ້າກັນ ເຂົ້າກັນ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ