ໜ້າຫຼັກສູດອາຫານອາຫານໄທປະເພດແກງ/ເອາະ

ຕົ້ມຍຳປານິນ

(0 ໂຫວດ) • ໂດຍ ສາວນ້ອຍ

5 ຄົນ · ປານກາງ · 40 ນາທີ · ປານກາງ

ສວາຍໆຢູ່ຫ້ອງການ ອອກເງິນ ກັນລະກະ ຊື້ປາ ມາແກງ ກິນເຂົ້້າສວາຍຊຸມກັນເນາະ. ຫ້ອງການໃຜມີໝໍ້ແດງ ກະໄປລອງເຮັດເມນູນີ້ກິນເບິ່ງເດີ. ສູດງ່າຍໆລຸ່ມນີ້:

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ເອົານ້ຳໃສ່ຫມໍ້ ຕົ້ມຈົນນ້ຳຟົດແລ້ວໃສ່ ກ້ອນຕົ້ມຍຳ+ຫົວສີໄຄ+ເກືອ+ໃບຂີ້ຫູດ+ຂີງຫລືຂ່າ+ ຫມາກເຜັດ+ຫມາກຂາມປຽກ+ຮາກຫອມປ້ອມ ແລ້ວຕົ້ມອີກ 5ນາທີ

ຂັ້ນຕອນ 2. ໃສ່ປາ+ ເຫັດ ລົງຫມໍ້ແລ້ວຕົ້ມອີກປະມານ 7 ນາທີ( ຖ້າເປັນປາແຊ່ແຂງໃຫ້ຕົ້ມປະມານ10-15ນາທີ)

ຂັ້ນຕອນ 3. ໃສ່ຫອມບົວໃຫ່ຍ+ຫມາກເລັ່ນ ແລ້ວຕົ້ມອີກ 3ນາທີ ແລ້ວໃສ່ນ້ຳຕານ+ແປ້ງນົວແລ້ວຊິມ ປຸງລົດໄດ້ຕື່ມຕາມມັກ

ຂັ້ນຕອນ 4. ຈາກນັ້ນໃສ່ຫອມບົວໃບ+ຫອມປ້ອມ+ຜັກຊິນນາລີ້ແລ້ວປິດໄຟທັນທີ( ຖ້າບໍ່ປິດໄຟເລີຍຜັກຈະເຫລືອງ)

ຕັ້ກເສີບໄດ້, ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ