ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ຕົ້ມເຄັມຫມູສາມຊັ້ນ(ບໍ່ໄດ້ໃສ່ເຄື່ອງເທດ)

(3 ໂຫວດ) • ໂດຍ ສາວນ້ອຍ

4 ຄົນ · ປານກາງ · 80 ນາທີ · ປານກາງ

'ຕົ້ມເຄັມຫມູສາມຊັ້ນ(ບໍ່ໄດ້ໃສ່ເຄື່ອງເທດ)' ສູດນີ້ແບບ ບ້ານໆແທ້ໆ ກິນແຕ່ຍັງນ້ອຍ ຕອນນີ້ຍັງມັກກິນເເບບນີ້ຢູ່ ເພາະມັນບໍ່ລ໋ຽນ ແລະ ກິນໄດ້ຫລາຍ. ເລື່ອງໜ້າທ້ອງ ຂອງຜູ້ກິນບໍ່ຕ້ອງເວົ້າເຖິງ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ເອົານ້ຳມັນໃສ່ຫມໍ້+ນ້ຳຕານ ຂົວຈົນນ້ຳຕານເຫລືອງ(ໃຊ້ໄຟອ່ອນ)

ຂັ້ນຕອນ 2. ຈາກນັ້ນໃສ່ຫອມບົວແດງ ແລະ ກະທຽມ ທຸບ ແລ້ວຈຽວຈົນເຫລືອງ ແລ້ວໃສ່ຂີງ ຕາມດ້ວຍຫມູ+ພິກໄທ+ເກືອ+ນ້ຳປາ ແລ້ວໃສ່ນ້ຳ

ຂັ້ນຕອນ 3. ຈາກນັ້ນໃສ່ຊີອິວດຳ+ໄຂ່ໄກ່(ໃຊ້ໄຟປານກາງ) ຕົ້ມປະມານ 45-60 ນາທີ ຫລືຈົນກວ່ານ້ຳໃນຫມໍ້ຈະເຫລືອ1/3ຂອງນ້ຳທີ່ໃສ່ໄປທຳອິດ, ກ່ອນຈະປິດໄຟໃສ່ແປ້ງນົວ ແລ້ວຊິມ ສາມາດປຸງຕື່ມຕາມໃຈມັກ ແລ້ວປິດໄຟ ພ້ອມເສີບ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ