ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳໝາກຖົ່ວ

(1 ໂຫວດ) • ໂດຍ Kimmi Kim

1 ຄົນ · ງ່າຍ · 10 ນາທີ · ຖືກ

ເຂົ້າສວາຍມື້ນີ້ຕ້ອງ ຕຳໝາກຖົ່ວ ເທົ່ານັ້ນ. ຕຳຍາມໃດກະແຊບຍາມນັ້ນ. ຄື ມັນດີ ມັນແຊບ ຍ້ຳຖືກໝາກຖົ່ວກ໊ອບກອບ ແລະນ້ຳຕຳເຜັດ,ສົ້ມ,ຫວານ,ນົວ. ບອກເລີຍວ່າເຂົ້າກັນເຂົ້າກັນ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ເອົາໝາກເຜັດ, ກະທຽມ, ກະປິ, ແປ້ງນົວ, ແລະນ້ຳຕານ ຕຳລົງໃນຄົກໃຫ້ແຫລກ.

ຂັ້ນຕອນ 2. ໃສ່ໝາກຖົ່ວ ແລ້ວຕຳໃຫ້ ມັນແຕກ ແຕ່ບໍ່ມຸ່ນຫລາຍ.

ຂັ້ນຕອນ 3. ໃສ່ໝາກເລັ່ນ ບິບໝາກນາວລົງ, ຕາມດ້ວຍ ປາແດກ, ນ້ຳປາ ແລະ ຕຳໃຫ້ເຂົ້າກັນ. ຊີມລົດຊາດ ຕາມໃຈມັກ. ເສີບ ພ້ອມກັບຂຽບໝູກ໊ອບກອບ. ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ