ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳໝາກຫຸ່ງສະຕາຍບ້ານໆ

(0 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 20 ນາທີ · ຖືກ

ມື້້ນີ້ ມີໂອກາດ ໄດ້ມາຢາມບ້ານ ເລີຍເຮັດຕຳໝາກຫຸ່ງຊຸມກັນກິນ. ມາມາ ຕຳແບບບ້ານໆ ເອົາວັດຖຸດິບ ອ້ອມຂ້າງອ້ອມແອວ. ໝາກຫົວໃຈຫລັກ ທີ່ມັນແຊບ ແມ່ນປາແດກເດີ.

ເຄື່ອງປຸງ

ວິທີເຮັດ

1. ກ່ອນອື່ນ ຕຳໝາກເຜັດ + ກະທຽມ+ ກະປິ +ແປ້ງນົວ + ນ້ຳຕານໃຫ້ແຫຼກກ່ອນ.

2. ເອົາເສັ້ນໝາກຫຸ່ງລົງ ຕາມດ້ວຍ ໝາກເລັ່ນ+ ໝາກນາວບີບໃສ່ ແລະ ປາແດກລົງ. ຕຳໃຫ້ເຄື່ອງທັງໝົດເຂົ້າກັນ (ໃຊ້ບ່ວງກັບສາກຄົນແລະຕຳໄປນຳ). ພໍມັນເລີ່ມມີສີສັນແລ້ວ ຊີມລົດຊາດ, ສາມາດເພີ່ມໄດ້ຕາມໃຈມັກ. ຕັກໃສ່ຈານ ເອົາກະລຳປີ ແລະ ເຂົ້າປຸ້ນ ກິນກັບ. ແຊບ!

ເຄັດລັບ: ຄວາມແຊບ ຢູ່ນຳ ປາແດກ, ຄື ປາແດກແຊບ ລະແມ່ນແຊບ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ