ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳສະຫລັດ ທູນາດິບ ລົດແຊ໋ບ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 15 ນາທີ · ປານກາງ

ສະລັດທູນາ ເໝາະສຳລັບ ຜູ້ກຳລັງຄຸມອາຫານ ຫລື ບໍ່ຄຸມກະໄດ້. ແຊບໄດ້ໝົດ ກິນລະສົດຊື່ນ ຊາບຊ່າ. ຄິດຫຍັງບໍ່່ອອກວ່າຊິເຮັດຫຍັງກິນ. ມາລອງເຮັດເມນູນີ້ກັນເລີຍ

ເຄື່ອງປຸງ

ວິທີເຮັດ

1. ກຽມນ້ຳຍຳ: ປະສົມ ນ້ຳຕານປີ໊ບ+ນ້ຳປາ+ ນ້ຳໝາກນາວ+ໝາກເຜັດດິບຊອຍ+ກະທຽມ+ຫົວສີໄຄ. ແລ້ວຄົນ ໃຫ້ນ້ຳຕານແຕກ ແລະ ເຂົ້າກັນດີໃນຊາມກ່ອນ.

2. ຈາກນັ້ນ ເອົາປາທູນາ+ຫອມປ້ອມຊອຍ +ໝາກນາວເປັນປ່ຽງນ້ອຍລົງ ແລ້ວຄົນເບົາໆ ໃຫ້ເຂົ້າກັນກັບນ້ຳຍຳ. ຊີມລົດຊາດຕາມໃຈມັກ ແລ້ວຕັກໃສ່ຈານທີ່ມີສະລັດວາງຢູ່ແລ້ວ, ກຽມແຊບໄດ້ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ